• ຍຸດທະສາດທີ່ 1

    ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.

  • ຍຸດທະສາດທີ່ 2

    ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ

  • ຍຸດທະສາດທີ່ 3

    ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ

  • ຍຸດທະສາດທີ່ 4

    ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.

  • ຍຸດທະສາດທີ່ 5

    ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.

ເຂົ້າໃຈ ທາດອາຫານຂອງພືດຢ່າງຖືກຕ້ອງ(K)


ທາດໂປຕັດຊຽມ(k)
-ມີບົດບາດໃນການກະຕຸ້ນເອນໄຊທີ່ໃຊ້ໃນການສັງເຄາະແສງ ແລະ ຫາຍໃຈ ສົ່ງເສີມການເຄື່ອນຍ້າຍແປ້ງ,ນ້ຳຕານ ແລະ ໂປຕິນ ຈາກໃບໄປສູ່ໝາກ ຊ່ວຍເພີ່ມຄຸນນະພາບທາງດ້ານຄວາມຫວານ ,ຄວາມແຂງແຮງ ແລະ ຕ້ານທານພະຍາດ.

-ອາການຂາດທາດໂປຕັດຊຽມ ສະແດງອາການທີ່ໃບລຸ່ມກ່ອນມີສີເຫລືອງຊີດ ແລ້ວປ່ຽນເປັນສີນ້ຳຕານ ແລະ ແຫ້ງຕາຍເປັນຈຸດໆ ໂດຍເລີ່ມຈາກປາຍໃບເຂົ້າສູ່ກ່າງໄດ້ງໃບ,ຮາກພືດຈະຈະເລີນເຕີບໂຕຊ້າ ແລະ ອ່ອນແອ ໝາກບໍ່ໃຫຍ່ ແລະ ເມັດລີບ ແຫ່ວໄດ້ງ່າຍ ແລະ ລົດຊາດຂອງໝາກຈະບໍ່ດີ.

-ການມີທາດໂປຕັດຊຽມໃນດິນ ຫລາຍເກີນໄປ ພືດຈະສະສົມທາດດັ່ງກ່າວໄວ້ທີ່ໃບ ແຕ່ການຈະເລີນເຕີບໂຕຈະບໍ່ເພີ່ມຂຶ້ນ ນອກຈາກນີ້ຍັງມີຜົນຕໍ່ການດູດທາດແຄນຊຽມ(ca) ແລະ ທາດແມງການິດ(Mn)ຊຽມໄດ້ໜ້ອຍ ອາດເຮັດໃຫ້ພືດສະແດງອາການຂາດແຄນຊຽມ (ca) ແລະ ແມງການິດຊຽມ(Mn)ໄດ້
Share:

ເຂົ້າໃຈ ທາດອາຫານຂອງພືດຢ່າງຖືກຕ້ອງ(P)


ທາດຟົດສຟໍຣັ(P)
- ມີບົດບາດໃນການສັງເຄາະແສງ ແລະ ໂປຣຕິນພ້ອມນັ້ນກໍ່ເປັນສານອິນຊີທີ່ປະກອນDNA ແລະ ສານ RNA ທີ່ກ່ຽວຂ້ອງກັບການຖ່າຍທອງທາງພັນທຸກຳ ສານປະກອບເອັນຊ່າຍ ທີ່ກ່ຽວຂ້ອງກັບການຖ່າຍທອດພະລັງງານໃນການສັງເຄາະແສງແລະຫາຍໃຈ ຊ່ວຍຮາກຝອຍ ,ຮາກແໜງ ແລະ ເພີ່ມປະສິດທິພາບໃນການດູດທາດໂປຣຕັດຊຽມ ຊ່ວຍກະຕຸ້ນການສ້າງເມັດ ເພີ່ມຄວາມຕ້ານທານພະຍາດ ແລະ ແມງໄມ້.


- ອາການຂາດທາດຟົດສຟໍຣັດ : ພືດຈະຍຸດສະຫງັກການຈະເລີນເຕີບໂຕເຮັດໃຫ້ລຳຕົ້ນນ້ອຍ ້ນື່ອງຈາກການສັງເຄາະຄໍຼໍໂລຟິນ ແລະ ການສ້າງຮໍໂມນພືດໃບລຸ່ມມີສີແດງ ຫລື ສີມ່ວງເຂັ້ມ ແຜ່ນໃບ ແລະ ເສັ້ນໃບແຫ້ງຕາຍເປັນຈຸດໆ ຈາກໃບລຸ່ມຂຶ້ນສູ່ຍອດ ອອກດອກຊ້າ ມີຈຳນວນດອກນ້ອຍ ຫລື ບໍ່ອອກດອກ
- ການມີທາດຟົດສຟໍຣັດຫລາຍເກີນໄປ :ຈະເຮັດໃຫ້ເກີດການດຶງໄດອອັກໄຊ ແລະ ການສັງເຄາະແສງຫລຸດລົງ ເນື່ອງຈາກໄປຢັບຢັ້ງກິດຈະກຳຂອງເອນໄຊພາຍໃນເນື້ອເຍື່ອ ລົດຄວາມເປັນປະໂຫຍດຂອງທາດເຫັລກ ອາລູມີນຽມ ແລະ ສັງກະສີ ເຮັດໃຫ້ປະລິມານເນື້ອໃບລະຫວ່າງເສັ້ນໃບຕາຍ ພືດອາດຂາດສະແດງອາການຂາດທາດເຫັລກ ອາລູມີນຽມ ແລະ ສັກະສີໄດ້


Share:

ເຂົ້າໃຈ ທາດອາຫານຂອງພືດຢ່າງຖືກຕ້ອງ(N)



(ທາດ N)

ເປັນອົງປະກອບໂດຍສ່ວນໃຫຍ່ຂອງພືດ. ເນື່ອງຈາກວ່າມີປະລິມານສູງເຖິງ 18 ເປີເຊັນທີ່ພົບໃນພືດ, ແລະຍັງເປັນສ່ວນປະກອບຂອງທາດໂປຼຕີນ. ພືດທີ່ດູດຊຶມໄນໂຕຣເຈນຖືກນໍາໃຊ້ໃນຮູບແບບຂອງເກືອ nitrate (NO3-) ແລະ ammonium (NH4 +).
- ຊ່ວຍໃນການຈະເລີນເຕີບໂຕໃນຂັ້ນຕອນທໍາອິດຂອງພືດ. ໃຫ້ພືດຈະເລີນເຕີບໂຕໄວແລະເຂັ້ມແຂງ.
- ເລັ່ງໃສ່ການພັດທະນາທາງໃບແລະລໍາຕົ້ນ.
- ເພີ່ມຜົນຜະລິດ. ໂດຍສະເພາະກຸ່ມພືດ.

- ອາກາຂາດທາດໄນໂຕຣເຈນ 

1. ການຈະເລີນເຕີບໂຕຊ້າກິ່ງການສາຂາຂອງພືດນ້ອຍແລະລີບອ່ອນແອລົ້ມງ່າຍ,
2. ໃບມີສີເຫລືອງຊີດ, ສີຂຽວອ່ອນ ຫລື ສີຂາວໂດຍເລີ້ມທີ່ປາຍໃບແກ່ກ່ອນ ແລະ ລາມໄປສູ່ຍອດ , 
3. ລັກຊະນະຂອງປາຍໃບ, ແລະ ຂອບໃບຈະແຫ້ງ,ແລະລາມໄປສູ່ກ່າງຂອງໃບ
4. ໃບຫລົ່ນໄວກ່ອນກຳນົດ ບໍ່ຕ້ານທານພະຍາດ, ແກ່ໄວ ອອກດອກຊ້າ ແລະ ດອກບໍ່ສົມບູນ  ແລະ ຜົນຜະລິດຕົກຕ່ຳ ຄຸນະນພາບຂອງຜົນຜະລິດບໍ່ດີ



- ອາການໄດ້ຮັບຝຸ່ນໄນໂຕເຈນຫລາຍເກີນໄປ

1. ໃບມີການຈະເລີນເຕີບໂຕຫລາຍກວ່າທາງຮາກ.
2.ການດູດນ້ຳແລະທາດອາຫານໜ້ອບກ່ວາທີ່ພືດຕ້ອງການປົກກະຕິ
3.ໃບພືດຈະອ່ອນແອແລະໂຄ້ງງໍ
4.ໃບຂອງພືດທາງເທິງຈະໃຫຍ່ແລະບົດບັງໃບທີ່ຢູ່ລຸ່ມແລະ ຍືດອາຍຸຂອງໃບແກ່
5.ລຳຕົ້ນຢືດຕົວບໍ່ແຂງແຮງ ແລະ ລົ້ມງ່າຍ ພືດຈະບໍ່ອອກດອກ ແລະ ມີຄຸນະພາບຂອງຜົນຜະລິດທາງດ້ານໂພສະນາການຕົກຕໍຳ

- ທີ່ມາຂອງໄນໂຕເຈນ

Share:

ສອນປະຍຸກໃຊ້ືVBA ຂຽນ Function ໃນ Excel


VBA ແມ່ນຫຍັງ?
ມັນເປັນພາສາຂອງການພັດທະນາໂປລແກຼມທີ່ມີນາມສະກຸນເປັນ. VBA , ໃນການນຳໃຊ້Microsoft office ໃນປະຈຸບັນນັນສາມາດນຳໃຊ້ ຄຳສັງຂອງ VBA ໃນການປະຍຸກໃຊ້ວຽກງານໃຫ້ມີຄວາມຄ່ອງຕົວ ແລະ ວ່ອງໄວໃນການນຳໃຊ້ຄວາມສາມາດຂອງໂປແກຣມນັ້ນໆເຊິງມີຄວາມແຕກຕ່າງໃນເວລາທີ່ເຮົານຳໃຊ້ໂປແກຣມ ຕາມປົກກະຕິ. ໃນປະຈຸບັນ ( Microsoft office Execl,Acess ) ໄດ້ຕອບສະໜອງຕໍ່ການພັດທະນາດັ່ງກ່າວຢ່າງເຕັມທີ່ ທ່ານສາມາດປະຍຸກໃຊ້ໄດ້ຕາມຄວາມຕ້ອງການຂອງ່ທານເອງ.
ສຳລັບ Excel ໃຫ້ທ່ານ ເປີດແທັບ Develop ແລ້ວ ຄິກ Visual basic
ຕົວຢ່າງ : ການຂຽນໂປແກຣມ hello
Sub hello()

MsgBox ("i am using vb in EXCEl")
End Sub
ຕົວຢ່າງ 1  : ການຂຽນໂປແກຣມ ຄິດໄລ່ ເນື້້ອທີ່ຂອງຮູບ ສີ່ແຈສາກ
ເຊິ່ງສູດການຄິດໄລ່ແມ່ນ S = L x W
L =ແມ່ນລວງຍາວ
W = ແມ່ນລວງກ້ວາງ
ເຮົາສາມາດຂຽນໄດ້ດັ່ງນີ້ :
Function Area (l , w) As Double
Area = L * W
End Function
Share:

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.