ຝຸ່ນບົ່ມຊີວະພາບ
ສ່ວນປະສົມ:
- ເຟືອງ, ຜັກຕົບ ຫຼື ເສດພືດຕ່າງໆ ຕັດເປັນທ່ອນນ້ອຍໆ 100 ກິໂລກຣາມ
- ຝຸ່ນຄອກ 20 ກິໂລກຣາມ
- ນ້ຳສະກັດຊີວະພາບປະສົມນ້ຳ 1ລີດ/ນໍ້າ200ລີດຊີດ ຫຼື ຫົດທຸກໆ ຄັ້ງໃນເວລາປີ້ນກອງຝຸ່ນໃຫ້ມີຄວາມຊຸ່ມ 60%
ສັບພະຄຸນ: ບັນຈຸທາດອາຫານຫຼັກຂອງພືດຄື: ທາດໄນໂຕຣເຈນ(N) = 1.27%ທາດຟົດສະຟໍລັສ(P2O5)=
0.71% ແລະທາດໂພແທສຊ່ຽມ(K2O)=4.48%
- ຊ່ວຍໃນການບໍາລຸງດິນ,
ເພີ່ມປະລິມານອິນຊີວັດຖຸທາດອາຫານພືດ ເຮັດໃຫ້ສະພາບຂອງດິນເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດ
ດິນຜຸຜົງສະດວກ
ຕໍ່ການໄຖພວນ
ເພີ່ມການລະບາຍອາກາດ ແລະ ນ້ຳໃນດິນໜຽວ ແລະ ເພີ່ມຄວາມສາມາດໃນການອຸມນ້ຳໃນດິນຊາຍ
- ຊ່ວຍປະຍັດ ແລະ ລົດອັດຕາໃນການໃຊ້ຝຸ່ນເຄມີ ເພີ່ມຜົນຜະລິດ,
ນອກຈານັ້ນຍັງສາມາດໃຊ້ເປັນວັດສະດຸສາງອາຫານປາໄດ້ອີກດ້ວຍ
- ປັບສະພາບແວດລ້ອມ ຊ່ວຍກຳຈັດຂີ້ເຫຍື້ອ ເຮັດໃຫ້ບໍລິເວນທີ່ຢູ່ອາໄສ
ແລະ ຍັງຊ່ວຍລົດອຸປະຕິເຫດຈາກການຈູດທໍາລາຍເສດພືດໂດຍບໍ່ຖືກວິທີ
ການນໍາໃຊ້:
- ພືດຜັກຕ່າງໆ ດິນນາ ໃຊ້ໃນອັດຕາ 3-6 ໂຕນຕໍ່ເຮັກຕາ ຫວ່ານໃຫ້ທົ່ວພື້ນທີ່ກ່ອນໄລຍະກຽມດິນ
- ໄມ້ໃຫ້ໝາກ, ໄມ້ຍືນຕົ້ນໃຊ້ໃນໄລຍະການກຽມຂຸມປູກໃນອັດຕາ
20-50 ກິໂລກຣາມຕໍ່ຕົ້ນ
- ໄມ້ດອກ, ໄມ້ປະດັບໃຊ້ໃນອັດຕາ 3 – 6 ໂຕນຕໍ່ເຮັກຕາ
No comments:
Post a Comment