• ຍຸດທະສາດທີ່ 1

    ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.

  • ຍຸດທະສາດທີ່ 2

    ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ

  • ຍຸດທະສາດທີ່ 3

    ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ

  • ຍຸດທະສາດທີ່ 4

    ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.

  • ຍຸດທະສາດທີ່ 5

    ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.

ບໍລິການກວດສອບທາດອາຫານໃນດິນ

ຊຸດທົດລອງ N P K ແລະ pH ສາມາດເປັນປະໂຫຍດສໍາລັບການວິເຄາະດິນໄນໂຕຣເຈນທີ່ດິນໃນຮູບແບບຂອງທາດອາຍອະນຽມໄນໂຕຣຕຽມ phosphate. ໂພແທດຊຽມເປັນປະໂຫຍດ. ແລະດິນ pH.ໄດ້  (50) ຕົວຢ່າງ



ຄຸນນະສົມບັດ
1. ນໍາໃຊ້ການວິເຄາະດ້ານທາດອາຫານພືດໃນດິນ.
2. ບອກຄວາມອຸດົມສົມບູນຂອງດິນໃນສະພາບທີ່ແທ້ຈິງ.
3. ນໍາໃຊ້ການວິເຄາະດິນເພື່ອຮວບຮວມຂໍ້ມູນອື່ນໆ. ໃຫ້ຄໍາແນະນໍາກ່ຽວກັບຝຸ່ນທີ່ນໍາໃຊ້ກັບພືດທົ່ວໄປ.
4. ສະດວກ, ໄວແລະລາຄາຖືກ.
ສົນໃຈໃນການກວດສອບດິນຂອງທ່ານ Tel 02099495656 ,



Share:

ການນຳໃຊ້Program cropAnalysis ເບື້ອງຕົ້ນ


ໂປແກຣມການວິເຄາະກ່ຽວກັບການປູກພືດຂັ້ນພື້ນຖານເຊັ່ນ
1. ການຄິດໄລ່ຝູ່ນ
2.ການຄາດຄະເນຄວາມຕ້ອງການນ້ຳ
3.ກວດສອບພະຍາດ ແລະ ແມງໄມ້ທີ່ເກີດ
4.ຮຽນຮູ້ເຕັກນິກການປູກພືດບາງໍະນິດທີ່ສຳຄັນ
5.ຮຽນຮູ້ການກວດສອບດິນໂດບພື້ນຖານ
ທ່ານສາມາດຮຽນວິທີການນຳໃຊ້ໄດ້ທີ່
https://www.youtube.com/channel/UCFL3c8o5z_UmciS0nA_z14A/videos?disable_polymer=1


Share:

ການຜະລິດຝຸ່ນບົ່ມຊີວະພາບ

ຝຸ່ນ​ບົ່ມຊີວະ​ພາບ
ສ່ວນ​ປະສົມ:
-    ​​ເຟືອງ, ຜັກ​ຕົບ ​ຫຼື ເສດ​ພືດ​ຕ່າງໆ ຕັດ​ເປັນ​ທ່ອນນ້ອຍໆ     100 ກິໂລກຣາມ
-    ຝຸ່ນ​ຄອກ                     20 ກິໂລກຣາມ
-    ນ້ຳ​ສະກັດ​ຊີວະ​ພາບປະສົມ​ນ້ຳ      1ລີດ/ນໍ້າ200ລີດຊີດ ຫຼື ຫົດ​ທຸກໆ ​ຄັ້ງ​ໃນ​ເວລາ​ປີ້ນ​ກອງ​ຝຸ່ນໃຫ້ມີຄວາມຊຸ່ມ 60%
ສັບພະ​ຄຸນ: ບັນຈຸທາດອາຫານຫຼັກຂອງພືດຄື: ທາດໄນໂຕຣເຈນ(N) = 1.27%ທາດຟົດສະຟໍລັສ(P2O5)= 0.71% ແລະທາດໂພແທສຊ່ຽມ(K2O)=4.48%
-    ຊ່ວຍ​ໃນ​ການບໍາລຸງ​ດິນ, ​ເພີ່ມ​ປະລິມານ​ອິນ​ຊີ​ວັດຖຸ​ທາດ​ອາຫານ​ພືດ ​ເຮັດ​ໃຫ້​ສະພາບ​ຂອງ​ດິນ​ເໝາະ​ສົມ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ພືດ ດິນ​ຜຸ​ຜົງສະດວກ
​ຕໍ່​ການ​ໄຖ​ພວນ ​ເພີ່​ມການ​ລະບາຍ​ອາກາດ ​ແລະ ນ້ຳ​ໃນ​ດິນ​ໜຽວ ​ແລະ ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ອຸມນ້ຳ​ໃນ​ດິນຊາຍ
-    ຊ່ວຍ​ປະ​ຍັດ ​ແລະ ລົດ​ອັດຕາ​ໃນ​ການ​ໃຊ້​ຝຸ່ນ​ເຄມີ ​ເພີ່ມ​ຜົນ​ຜະລິດ, ນອກ​ຈາ​ນັ້ນ​ຍັງ​ສາມາດ​ໃຊ້​ເປັນ​ວັດ​ສະ​ດຸ​ສາງ​ອາຫານ​ປາ​ໄດ້​ອີກ​ດ້ວຍ
-    ປັບ​ສະພາບ​ແວ​ດລ້ອມ ຊ່ວຍ​ກຳຈັດ​ຂີ້​ເຫຍື້ອ ​ເຮັດ​ໃຫ້​ບໍລິເວນທີ່ຢູ່​ອາ​ໄສ ​ແລະ ຍັງ​ຊ່ວຍ​ລົດ​ອຸປະຕິ​ເຫດ​ຈາກ​ການ​ຈູດ​ທໍາລາຍ​ເສດ​ພືດ​ໂດຍ​ບໍ່​ຖືກ​ວິທີ
    ການ​ນໍາ​ໃຊ້:
-    ພືດ​ຜັກ​ຕ່າງໆ ​ດິນນາ ໃຊ້​ໃນ​ອັດຕາ 3-6 ​ໂຕນ​ຕໍ່​ເຮັກຕາ ຫວ່ານ​ໃຫ້​ທົ່ວ​ພື້ນ​ທີ່​ກ່ອນ​ໄລຍະ​ກຽມ​ດິນ
-    ​ໄມ້​ໃຫ້​ໝາກ, ​ໄມ້​ຍືນ​ຕົ້ນ​ໃຊ້​ໃນ​ໄລຍະ​ການ​ກຽມ​ຂຸມ​ປູກ​ໃນ​ອັດຕາ 20-50 ກິ​ໂລກຣາມຕໍ່​ຕົ້ນ
-    ​ໄມ້​ດອກ, ​ໄມ້​ປະດັບ​ໃຊ້​ໃນ​ອັດຕາ 3 – 6 ​ໂຕນຕໍ່​ເຮັກ​ຕາ
Share:

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.