ເພື່ອສືບຕໍ່ຜັນຂະຫຍາຍທິດທາງ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ຕາມຄວາມຮຽກຮ້ອງຕ້ອງການ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ຕາມທິດຊີ້ນຳຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງພະບາງ ໃຫ້ແທດເໝາະກັບເງື່ອນໄຂທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ ແລະ ເສດຖະກິດ-ສັງຄົມໃຫ້ມີຄວາມຊັດເຈນ, ມີຄວາມໝັ້ນທ່ຽງ, ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປຄຽງຄູ່ ກັບການປົກປັກ ຮັກສາສະພາບແວດລ້ອມ. ເພື່ຶອສືບຕໍ່ປະຕິບັດໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາແຂວງຫຼວງພະບາງ ໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ. ຖືເອົາການ ພັດທະນາເສດຖະກິດ, ແກ້ໄຂຄວາມທຸກຍາກເປັນໃຈກາງ, ເອົາໃຈໃສ່ພັດທະນາອາຊີບກະສິກຳໃຫ້ໄດ້ແບບຍືນຍົງ, ແບບປະສົມປະສານຮອບດ້ານ ຕາມທິດຜະລິດກະສິກຳເປັນສິນຄ້າ ແລະ ຫັນເປັນທັນສະໄໝ, ການຜະລິດກະສິກຳຕ້ອງສຸມໃສ່ບັນດາຂະແໜງການທີ່ມີທ່າແຮງ ແລະ ມີມູນເຊື້ອ, ຮັບປະກັນການສະໜອງສະບຽງອາຫານໃຫ້ໝັ້ນທ່ຽງ, ຖືເອົາການສ້າງຄອບຄົວຕົວແບບເປັນມາດຕະການຕົ້ນຕໍ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ ໃຫ້ແກ່ປະຊາຊົນທີ່ຢຸດຕິການຖາງປ່າເຮັດໄຮ່ເລື່ອນລອຍ ໄປເຮັດອາຊີບອື່ນໆໃຫ້ໝັ້ນຄົງ; ເອົາໃຈໃສ່ ແລະ ສົ່ງເສີມການປູກໄມ້ເປັນປ່າ, ຟື້ນຟູ, ປົກປັກຮັກສາປ່າໄມ້ເຮັດໃຫ້ຫລວງພະບາງກາຍເປັນເມືອງສີຂຽວ. ຂະຫຍາຍ ແລະ ພັດທະນາໂຄງລ່າງຊົນລະປະທານໃຫ້ມີປະສິດທິຜົນ, ຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ປ່າໄມ້, ເຄື່ອງປ່າຂອງດົງໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ຕິດພັນສະໜິດກັບການອານຸລັກຊີວະນາໆພັນໃຫ້ຍືນຍົງ ກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ.
-
ຍຸດທະສາດທີ່ 1
ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.
-
ຍຸດທະສາດທີ່ 2
ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ
-
ຍຸດທະສາດທີ່ 3
ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ
-
ຍຸດທະສາດທີ່ 4
ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.
-
ຍຸດທະສາດທີ່ 5
ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.
ວິໄສທັດ
(ຂໍຂອບໃຈ ບົດຄວາມຈາກພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ.ແຜນພັດທະນາຂະແໜງ
ກະສິກຳ ແລະ ປ່າໄມ້5
ປີ ຄັ້ງທີ VIII (2016-2020)(ສະບັບປັບປຸງວັນທີ່
19/01/2016))