• ຍຸດທະສາດທີ່ 1

    ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.

  • ຍຸດທະສາດທີ່ 2

    ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ

  • ຍຸດທະສາດທີ່ 3

    ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ

  • ຍຸດທະສາດທີ່ 4

    ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.

  • ຍຸດທະສາດທີ່ 5

    ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.

ວິທີ່ການປູກໝາກແໜ່ງ


ວິທີການປູກໝາກແໜ່ງ



1  ວິທີການປູກ.
               ວິທີ່ການປູກໝາກແໜ່ງ ແລະ ການຂະຫຍາຍພັນໝາກແໜ່ງ, ປະກອບມີສອງວິທີ່ການໃຫຍ່ຄື: ການປູກຫຼືການຂະຫຍາຍພັນດ້ວຍການກ້າເມັດ(ແກ່ນ) ແລະ ການປູກດ້ວຍເຫງົ້າຫຼືລຳຕົ້ນ
1.1.1           ການປູກດ້ວຍການກ້າເມັດ ຫຼື ແກ່ນ.
1.1.2                    ການກຽ່ມໜານກ້າ ຕ້ອງເປັນດີນທີ່ອຸດົມສົມບຸນມີຮົມ ແລະ ເຢັນດີ,ລ່ວງກວ້າງຂອງໜານ 1 ແມັດ,ລວ່ວງຍາວຕາມເງື່ອນໄຂ້ສະພາບຕົວຈິ່ງ.ຂຸດດີນໃຫ້ເລີກປະມານ 25-30ຊັງຕີແມັດຕາກດີນໃຫ້ແຫ້ງປະໄວ 5-7ວັນເພືອໃຫ້ມົດ ແລະ ແມ້ງໄມ້ໜີໄປຈາກນັ້ນຈິ່ງທົບດີນໃຫ້ລະອຽ່ດປະສົມຝຸ່ນຄອກ ແລະ ເຄມີໃຫ້ໃນອັດຕາສວນທີ່ຄັກແນ່.
1.1.3                      ການກຽ່ມດີນປູກ : ກອນທີ່ຈະທຳການເພາະປູກໜາກແໜ່ງແມ່ນ,ເຮົາຈະຕ້ອງໄດ້ມີການອານາໄມພື້ນທີ່ໃຫ້ສະອາດເສຍກອນ,ໂດຍການຖາງຫຍ້າ,ຕັດງ່າໄມ້ບາງສວນອອກເພືອໃຫ້ແສງແດດສອງຜ່ານໄດ້.ຖ້າເປັນໄປໄດ້ຕ້ອງມີການໄຖພື້ນທີ່ເພືອໃຫ້ດີນນັ້ນອອ່ນໂຕ, ເຮັດໃຫ້ດີນນັ້ນມີໂຄງສາງທີ່ເໝາະສົມແກ່ການປູກຍິ່ງຂື້ນກ່ວາເກົ່າ.
1.1.4                      ໄລຍະການປູກ:  ໄລຍະທີ່ປູກໜາກແໜ່ງແມ່ນ 1x1 ແມັດຕໍ່ຕົ້ນໂດຍການໃຊ້ຈົກ ຫຼື ສ່ຽມຂຸດເປັນຂູ່ມແລ້ວກໍ່ນຳເອົາໜໍ່ຫຼືແໜງໝາກແໜ່ງມາປູກ
1.1.5                      ບໍ່ຄວນປູກໝາກແໜ່ງໃນຂູ່ມທີ່ເລີກເກີນໄປ, ຂູ່ມປູກໝາກແໜ່ງຄວາມເລີກແມ່ນຢູ່ໃນລະຫວ່າງ 5ຫາ10 ຊັງຕີແມັດ.

Share:

ການປູກໜາກແໜ່ງ


  ລັກສະນະທັ່ວໄປຂອງໜາກແໜ່ງ.
ຊື່ວິທະຍາສາດ: AmomumKrranh Pierre
ຊື່ສາມັນ: Siam cardamom
ຕະກຸນ: Zingiberacee
ຊື່ທົ່ວໄປ:   ໜາກແໜ່ງ   Siam Cardamom, Best Cardamom
  ສະພາບແວດລ້ອມທີ່ມີຜົນຕໍ່ການຈະເລີນເຕີບໂຕຂອງໜາກແໜ່ງ
1                   ອາກາດ.ເງືອນໄຂອາກາດທີ່ເໜາະສົມທີ່ສຸດສຳລັບການປູກໜາກແໜ່ງແມ່ນອຸ່ນນະພູມສະເລ່ຍປະຈຳປີລະຫວ່າງ19-22ອົງສາເຊໃນໄລຍະເດືອນທີ່ໜາວສຸດຕ້ອງບໍ່ຕຳກວ່າ 12 ອົງສາເຊປະລິມານນໍ້າຝົນແມ່ນຢູ່ໃນລະດັບ1200-2400ມມ/ປີ
.2        ດີນ : ຕ້ອງເປັນດີນທີ່ມີການອົບນໍ້າ ແລະ ມີອາກາດທ່າຍເທໄດ້ດີເປັນດີທີ່ອຸດົມສົມບຸນໄປດ້ວຍແຮ່ທາດຕ່າງໆ ມີຊັ້ນດີນປູກຝັງເລີກ ເປັນດີນຜຸຜຸ່ຍລະດົບຄວາມເປັນກົດເປັນດ່າງ pH ຢູ່ລະຫວາງ 5,5-7(5-7,5) ກໍ່ສາມາດທົນໄດ້ຖ້າເປັນດີນປ່າທີ່ມີສີຄີ່ມ ແລະ ຊຸ່ມຕະຫຼອດປີແມ່ນເປັນດີນທີ່ເໝາະສົມທີ່ສຸດ.ມີລະດັບຄວາມຄອ່ຍຊັນລະຫ່ວາງ 15-25 ອົງສາ ແລະ ສູງຈາກລະດັບໜ້ານໍ້າທະເລປະມານ 900 ແມັດລົງມາ(ບອ່ນທີ່ຈະປູກໝາກແໜ່ງຕ້ອງເປັນບອ່ນທີ່ມີປ່າໄມ້ປົກຄູ່ມບ່ອນທີ່ບໍ່ມີປ່າໄມ້ປົກຄູ່ມແມ່ນຖືວ່າເປັນບອນທີ່ບໍ່ເໜາະສົມທີ່ຈະປູກໝາກແໜ່ງ ເພາະວ່າປະລິມານຂອງແສງສະຫວ່າງແມ່ນມີຫຼາຍເກີນຄວາມຕ້ອງການ,ເຊີງຈະພາໃຫ້ຕົ້ນໝາກແໜ່ງຈະເລີນເຕີໂຕຊ້າ, ໃຫ້ຜົນຜະລິດຕຳ) ຖ້າຫາກວ່າຄວາມຊຸ່ມຂອງດີນຕໍ່າກວ່າ22 ເປີເຊັນ ຕົ້ນໜາກແໜ່ງຈະບໍ່ອອກດອກ. ສະຖານທີ່ໝາກແໜ່ງປ່າເກີດດີຫຼືບ່ອນທີ່ໝາກແໜ່ງປ່າເກີດໝາກດີແມ່ນເປັນຕົວຊີວັດທີ່ດີໃນການປູກໝາກແໜ່ງພັນ. ດັງນົ້ນພວກເຮົາຄວນຄັດເລືອສະຖານທີ່ຄືດັງກ່າວ ເພືອປູກໝາກແໜ່ງພັນປັບປູ່ງເຂົ້າແທນໃສ່ໃນແຕ່ລະບ້ານປະສົບການໃນການປູກໝາກແໜ່ງໄດ້ດີ ຫຼືບໍ່ດີແມ່ນມີຫຼາຍ ເພື່ອຢາກຂັດເລືອກເຂດທີ່ຖືກຕ້ອງເໜາະສົມໃນການປູກໝາກແໜ່ງໄຫ້ໄດ້ຜົນດີ ເຮົາຕ້ອງໄປເບີງສວນຂອງຄອບຄົວຜູ້ອື່ນໆທີ່ໄດ້ຮັບຜົນດີໃນການຜະລິດໝາກແໜ່ງ ແລະ ສັງເກດເບີງວ່າສວນຂອງເຂົາເຈົ້າເລົານັ້ນມັນງາມ ແລະ ໃຫ້ໝາກດີເປັນຍ້ອນອັນໃດ(ຄວາມສູງຂອງດີນ, ດີນ, ແສງສະຫວ່າງ, ຄວາມຊູ່ມ, ຄວາມເນີນຂອງດີນ ແລະ ອື່ນໆ) ແລະ ພະຍາຍາມຊອກຫາຕອນດີນໃຫ້ຄ່າຍຄືກັນກັບພື້ນທີ່ຂອງຄອບຄົວທີ່ເຂົາເຈົ້າໄດ້ຮັບຜົນສຳເລັດດີເປັນບອ່ນອີງ.
2    ແສງສະຫວ່າງ.
                 ໝາກແໜ່ງມັກເກີດຢູ່ບອ່ນຮົ່ມໄລຍະການຈະເລີນເຕີບໂຕໃນຊ່ວງ 1-2 ປີແມ່ນຕ້ອງການຄວາມຮົ່ມປະມານ 60-70% ຈົນຮອດໄລຍະການອອກດອກ ແລະ ຈົບໜາກໃນຊ່ວງໄລຍະ 3-4 ປີ,ຄວາມຮົ່ມທີ່ເໜາະສົມແມ່ນ 50-60% ແຕ່ຕ້ອງລະວັງໃຫ້ໄດ້ຮັບແສງສະຫວ່າງປະມານ 6 ຊົ່ວໂມງ.
         3   ປະລິມານນໍ້າຝົນ : ປະລິມານນໍ້າຝົນມີອິດທິພົນ ແລະ ຄວາມສຳຄັນທີ່ສຸດຕໍ່ການປູກໝາກແໜ່ງ, ເນືອງຈາກວ່າໝາກແໜ່ງ ມັກເກີດໃນພື້ນທີ່ເນີນສູງ,ຢູ່ຕາມເປີ້ນພູ,ຢູ່ບອນລາດຊັນ, ເຊີງບໍມີນໍ້າຊົນລະປະທານ ໂດຍອາໄສຄວາມຊຸ່ມຊື່ນ ແລະ ອາໄສນໍ້າຝົນເປັນຕົ້ນຕໍ ໃນການຈະເລີນເຕີບໂຕ, ປະລິມານນໍ້າຝົນສະເລ່ຍແລ້ວປີໜຶ່ງປະມານ 1.700-4.500 ມິລິແມັດຕໍປີ ຫຼື ໃນເດືອນໜຶ່ງປະມານ 516ມິລິແມັດຕໍເດືອນ.
4  ລົມ.
ລົມແມ່ນມີຜົນດີ ແລະ ຜົນເສຍ ເຊັນດ່ຽວກັນກັບສິ່ງແວດລ້ອມອື່ນໆດັ່ງນີ້:
            ຜົນດີ: ລົມຊວຍລະບາຍຄວາມຮ້ອນໃນອາກາດ,ນອກຈາກນີ້ຍັງຊ່ວຍຮັກສາອາຍກາກໂບນິກCO2 ໃນບໍລິເວນຂອງຕົ້ນໝາກແໜ່ງໃຫ້ສົມດຸ່ນເຮັດໃຫ້ການປຸ່ງແຕ່ງຂອງທາດອາຫານຊອງໝາກແໜ່ງດີຂື້ນ.
            ຜົນເສຍ: ເປັນສາເຫດເຮັດໃຫ້ໃບຂອງໝາກແໜ່ງຈີກ,ຂາດ ລົມເຮັດໃຫ້ຕົ້ນໝາກແໜ່ງລົ້ມ,ຫັກ ແລະ ມີສວນເຮັດໃຫ້ຜົນຜະລິດຫຼຸດລົງ(ເອກະສານປະກອບການສອນວິຊາປ່າໄມ້ກະສິກຳ ແລະ ການປູກພືດເຄື່ອງປາ ຂອງດົງໃນສວນໄມ້ໃຫ້ໝາກ/ວສນໄມ້ສັກ,ປີ 2016,ໜ້າ 20)
             ໝາກແໜ່ງເປັນພືດທີ່ບໍທົນທານຕໍສະພາບລົມແຮງ ການເລືອກພື້ນທີ່ປູກທີ່ລົມບໍແຮງຫຼາຍ ຫຼື ການເຮັດແນວ ກັນລົມໃຫ້ເປັນສິ່ງຈຳເປັນທີ່ຄວນຈະຕ້ອງຄຳນຶ່ງເຖີງບັນຫາທີ່ເກີດຈາກລົມຈະກ່ຽວຂ້ອງຢູ່ທັງໃນດ້ານການຈະເລີນເຕີບໂຕ ແລະ ໃນດ້ານການຕິດໝາກດ້ວຍການແກ້ບັນຫາເລືອງລົມ,ໂດຍການປູກໝາກແໜ່ງເປັນພືດສະຫຼັບໃນສວນໝາກໄມ້ ຫຼື ບອນທີ່ມີຕົ້ນໄມ້ໃຫຍ່ຫຼາຍເພື່ອປ້ອງກັນລົມ.





Share:

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.